ປັດຊະຍາ
ຫຼັກສູດມຸ່ງສ້າງບັນດິດທີ່ມີຄວາມຮູ້, ຄວາມຊຳນານດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ທີ່ມີຄວາມສາມາດໃນການອອກແບບ, ວິເຄາະ, ດໍາເນີນການ, ບໍລິຫານຈັດການຂໍ້ມູນຂ່າວສານໃນອົງກອນ
ລວມເຖິງມີຄວາມສາມາດດ້ານການວິເຄາະຂໍ້ມູນ ປະຍຸກໃຊ້ອົງຄວາມຮູ້ໄດ້ຢ່າງສ້າງສັນ
ສາມາດສື່ສານ ແລະ ເຮັດວຽກຮ່ວມກັບຜູ້ອື່ນໃນອົງກອນໄດ້ເປັນຢ່າງດີ,
ມີຄວາມພ້ອມທີ່ຈະພັດທະນາຕົນເອງໃຫ້ທັນກັບການປ່ຽນແປງເຕັກໂນໂລຊີດ້ານນີ້ທີ່ມີການພັດທະນາເປັນໄປຢ່າງວ່ອງໄວ
ແລະ ມີຄຸນນະທຳ, ຈາລິຍະທຳ. ນຳໄປໃຊ້ຕາມຄວາມຕ້ອງການຂອງສັງຄົມ ແລະ
ປະເທດຊາດ.
ຈຸດປະສົງ
ຫຼັກສູດປະລິນຍາຕີ ສາຂາເຕັກໂນໂລຊີຂໍ້ມູນຂ່າວສານ ມີຈຸດປະສົງເພື່ອສ້າງຜູ້ສຳເລັດການສຶກສາ
ທີ່ມີຄຸນນະພາບເຊິື່ງ:
ຄາດໝາຍຜົນການຮຽນ
1 ຜົນການຮຽນຮູ້
ພາຍຫຼັງສຳເລັດຫຼັກສູດສາຂາວິຊານີ້ແລ້ວນັກສຶກສາຈະມີ:
ດ້ານຄວາມຮູ້
PLO1 ອະທິບາຍ ແລະ ປະຍຸກໃຊ້ຫຼັກການດ້ານເຕັກໂນໂລຊີຂໍ້ມູນຂ່າວສານ,
ວິທະຍາສາດຄອມພິວເຕີໃນວິຊາຊີບ.
PLO2 ມີຄວາມຮູ້ດ້ານການພັດທະນາຊອບແວ,
ຖານຂໍ້ມູນ,
ເຄືອຂ່າຍ,
ຄວາມປອດໄພໄຊເບີ ແລະ
ເຕັກໂນໂລຊີສະໄໝໃໝ່.
ດ້ານທັກສະ
PLO3 ສາມາດໃຊ້ເຄື່ອງມື,
ພາສາໂປຣແກຣມ,
ຖານຂໍ້ມູນ ແລະ
ເຄືອຂ່າຍຄອມພິວເຕີໄດ້ຢ່າງມີປະສິດທິຜົນ.
PLO4 ວິເຄາະບັນຫາ, ອອກແບບ, ພັດທະນາ, ທົດສອບ ແລະ ບຳລຸງຮັກສາລະບົບຊອບແວ ແລະ ລະບົບຂໍ້ມູນຂ່າວສານໄດ້.
ດ້ານການນຳໃຊ້
PLO5 ນຳຄວາມຮູ້ ແລະ ທັກສະດ້ານ IT
ໄປແກ້ໄຂບັນຫາຕົວຈິງໃນອົງກອນ
ແລະ ສັງຄົມ.
PLO6 ປະຍຸກໃຊ້ AI, Cloud Computing, Data
Analytics ແລະ
ເຕັກໂນໂລຊີດິຈິຕອນອື່ນໆ ເພື່ອສ້າງນະວັດຕະກຳ ແລະ ເພີ່ມປະສິດທິພາບໃນການເຮັດວຽກ.
PLO7 ໃຊ້ຄວາມຮູ້ເຂົ້າໃນການຄຸ້ມຄອງ ແລະ ບໍລິຫານຈັດການລະບົບຂໍ້ມູນຂ່າວສານ
ຂອງອົງກອນທັງພາກລັດ, ເອກະຊົນ ຫຼື ສວ່ນຕົວ.
ດ້ານທັກສະທາງດ້ານສັງຄົມ
PLO8 ສື່ສານ ແລະ
ເຮັດວຽກເປັນທີມໄດ້ຢ່າງມີປະສິດທິຜົນ ພ້ອມທັງມີພາວະຜູ້ນຳ.
PLO9 ປະພຶດຕົນຕາມຈັນຍາບັນວິຊາຊີບ,
ມີຄວາມຮັບຜິດຊອບຕໍ່ສັງຄົມ,
ເຄົາລົບກົດໝາຍ ແລະ
ຮຽນຮູ້ຕະຫຼອດຊີວິດ.