ພາກວິຊາ ເຕັກໂນໂລຊີຂໍ້ມູນຂ່າວສ່ານ

ປັດຊະຍາ

ຫຼັກ​ສູດ​ມຸ່ງ​ສ້າງ​ບັນ​ດິດ​ທີ່​ມີ​ຄວາມ​ຮູ້,​ ຄວາມ​ຊຳ​ນານດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ທີ່​ມີ​ຄວາມ​ສາມາດ​ໃນ​ການ​ອອກ​ແບບ,​ ວິ​ເຄາະ​, ດໍາເນີນ​ການ,​ ບໍລິຫານ​ຈັດການ​ຂໍ້ມູນຂ່າວສານໃນ​ອົງ​ກອນ​
ລວມ​ເຖິງ​ມີ​ຄວາມ​ສາມາດ​ດ້ານ​ການ​ວິ​ເຄາະ​ຂໍ້​ມູນ​ ປະ​ຍຸກ​ໃຊ້​ອົງ​​ຄວາມ​ຮູ້​ໄດ້​ຢ່າງ​ສ້າງສັນ
​ສາມາດ​ສື່​ສານ ​ແລະ​ ເຮັດວຽກ​ຮ່ວມ​ກັບ​ຜູ້​ອື່ນ​ໃນ​ອົງ​ກອນໄດ້​ເປັນ​ຢ່າງ​ດີ​,
ມີ​ຄວາມ​ພ້ອມ​ທີ່​ຈະ​ພັດທະນາ​ຕົນເອງ​ໃຫ້​ທັນ​ກັບ​ການ​ປ່ຽນ​ແປງ​ເຕັກ​ໂນ​ໂລ​ຊີດ້ານ​ນີ້​ທີ່​ມີ​ການ​ພັດທະນາ​ເປັນ​ໄປ​ຢ່າງ​ວ່ອງໄວ
ແລະ ມີຄຸນນະທຳ
, ຈາລິຍະທຳ. ນຳໄປໃຊ້ຕາມຄວາມຕ້ອງການຂອງສັງຄົມ ແລະ
ປະເທດຊາດ. ​

ຈຸດປະສົງ

ຫຼັກສູດປະລິນຍາຕີ ສາຂາເຕັກໂນໂລຊີຂໍ້ມູນຂ່າວສານ ມີຈຸດປະສົງເພື່ອສ້າງຜູ້ສຳເລັດການສຶກສາ
ທີ່ມີຄຸນນະພາບເຊິື່ງ:

  1. ກໍ່ສ້າງ​ນັກ​ວິຊາການ ດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ຄອມ​ພີ​ວ​ເຕີທີ່​ມີຄຸນສົມບັດດີ, ມີ​ຄວາມ​ຮູ້ຄວາມ​ສາມາດ, ມີ​ຈະລິ​ຍະ​ທຳ ​ແລະ ຄຸນ​ນະ​ທຳ​ໃນ​ການ​ປະກອບ​ອາຊີບ, ກຽມພ້ອມອອກໄປ​ປະ​ຕິ​ບັດ​ວຽກ​ງານ​ດ້ວຍຄວາມ​ຮັບ​ຜິດ​ຊອບ​ສູງ
    ​ແລະ ມີ​ປະສິດທິພາບ
    ໃນ​ຂະ​ແໜງ​ການຕ່າງໆ​ ທີ່ກ່ຽວຂ້ອງກັບວຽກງານເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ຄອມພີວເຕີ.
  2. ມີຄວາມຮູ້ດ້ານເທັກນິກທົ່ວໄປ, ດ້ານທິດສະດີ ແລະ ຫຼັກການ ຂອງ ວິຊາເຕັກໂນໂລຊີ ຂໍ້ມູນຂ່າວສານ
    ​ແລະ ຄອມ​ພີ​ວ​ເຕີ
    .
  3. ເພື່ອສົ່ງເສີມການສຶກສາ ການພັດທະນາ ແລະ
    ການວິໄຈທາງດ້ານ ເຕັກໂນໂລຊີຂໍ້ມູນ ຂ່າວສານ ເພື່ອໃຫ້ເກີດປະໂຫຍດຕໍ່ສະພາບເສດຖະກິດ ແລະ
    ສັງຄົມ ຂອງປະເທດເຮົາ
    .

ຄາດໝາຍຜົນການຮຽນ

1  ຜົນການຮຽນຮູ້

ພາຍຫຼັງສຳເລັດຫຼັກສູດສາຂາວິຊານີ້ແລ້ວນັກສຶກສາຈະມີ:

ດ້ານຄວາມຮູ້

PLO1 ອະທິບາຍ ແລະ ປະຍຸກໃຊ້ຫຼັກການດ້ານເຕັກໂນໂລຊີຂໍ້ມູນຂ່າວສານ,
ວິທະຍາສາດຄອມພິວເຕີໃນວິຊາຊີບ.

PLO2 ມີຄວາມຮູ້ດ້ານການພັດທະນາຊອບແວ,
ຖານຂໍ້ມູນ,
ເຄືອຂ່າຍ,
ຄວາມປອດໄພໄຊເບີ ແລະ
ເຕັກໂນໂລຊີສະໄໝໃໝ່.

ດ້ານທັກສະ

PLO3 ສາມາດໃຊ້ເຄື່ອງມື,
ພາສາໂປຣແກຣມ,
ຖານຂໍ້ມູນ ແລະ
ເຄືອຂ່າຍຄອມພິວເຕີໄດ້ຢ່າງມີປະສິດທິຜົນ.

PLO4 ​ ວິເຄາະບັນຫາ, ອອກແບບ, ພັດທະນາ, ທົດສອບ ແລະ ບຳລຸງຮັກສາລະບົບຊອບແວ ແລະ ລະບົບຂໍ້ມູນຂ່າວສານໄດ້.

ດ້ານການນຳໃຊ້

PLO5 ນຳຄວາມຮູ້ ແລະ ທັກສະດ້ານ IT
ໄປແກ້ໄຂບັນຫາຕົວຈິງໃນອົງກອນ
ແລະ ສັງຄົມ.

PLO6 ປະຍຸກໃຊ້ AI, Cloud Computing, Data
Analytics
ແລະ
ເຕັກໂນໂລຊີດິຈິຕອນອື່ນໆ ເພື່ອສ້າງນະວັດຕະກຳ ແລະ ເພີ່ມປະສິດທິພາບໃນການເຮັດວຽກ.

PLO7 ໃຊ້ຄວາມຮູ້ເຂົ້າໃນການຄຸ້ມຄອງ ແລະ ບໍລິຫານຈັດການລະບົບຂໍ້ມູນຂ່າວສານ
ຂອງອົງກອນທັງພາກລັດ
, ເອກະຊົນ ຫຼື ສວ່ນຕົວ.

ດ້ານທັກສະທາງດ້ານສັງຄົມ

PLO8 ສື່ສານ ແລະ
ເຮັດວຽກເປັນທີມໄດ້ຢ່າງມີປະສິດທິຜົນ ພ້ອມທັງມີພາວະຜູ້ນຳ.













































PLO9 ປະພຶດຕົນຕາມຈັນຍາບັນວິຊາຊີບ,
ມີຄວາມຮັບຜິດຊອບຕໍ່ສັງຄົມ,
ເຄົາລົບກົດໝາຍ ແລະ
ຮຽນຮູ້ຕະຫຼອດຊີວິດ.